Re: ຮູ້ບຸນຄຸນ ຂອງພັກ ແລະ ລັດ



On Apr 10, 4:57 pm, Tom Chan <orkphau...@xxxxxxxxx> wrote:
ຄົນລາວພູມໃຈນໍາທ່ານ ຄໍາໄຕ ສີພັນດອນ

ໂດຍ: ບຸນມີ ລູກດອນໂຂງ.

ເມື່ອໄດ້ເຫັນບົດພິມ ພົບກັບຄົນຮັ່ງທີ່ສຸດໃນ ອາຊີຕາວັນອອກສຽງໃຕ້
ຊຶ່ງອອກໃນວັນທີ 26
ເດືອນ ທັນວາ ປີ 2010, ເວລາ 2:18 ຕອນບ່າຍ ໂດຍວາລະສານ ເມໂວເຕັກ ແລະອອກ
ອິນເຕີແນດwww.miricommunity.net/viewtopic.php?f=40&t=34267
ທີ່ມີທ່ານນາຍ
ພົນ ຄໍາໄຕ ສີພັນດອນ ຢູ່ໃນລາຍຊື່ ຄົນທີ່ຮັ່ງທີ່ສຸດ. ໜັງສືດັ່ງກ່າວ
ໄດ້ລົງພິມລະອຽດຄື:

ຈາກປປະເທດ ລາວ:
ນາຍພົນ ຄໍາໄຕ ສີພັນດອນ
ຊົນຊາດ: ລາວ
ອຸດສາຫະກໍາ: ດໍາເນີນທຸລະກິດຫລາຍຢ່າງ
ຊັບສິນຕົວຈິງ: ປະມານ 800-860 ລ້ານ ໂດລາສະຫະລັດ
ແຫລ່ງຂອງຄວາມຮັ່ງມີ: ຄວາມອຸດົມ ສົມບຸນຮັ່ງມີຂອງປະເທດຊາດ

ເມື່ອເຫັນລາຍລະອຽດນີ້ແລ້ວ, ພວກເຮົາ ບັນດາສະມາຊິກພັກ,
ພະນັກງານຂອງລັດຖະບານ,
ທະຫານ, ຕໍາລວດ ກໍ່ຄືພໍ່ແມ່ ພີ່ນ້ອງປະຊາຊົນລາວທົ່ວໄປ
ຕ່າງກໍ່ມີຄວາມດີໃຈແລະພາກພູມ
ໃຈນໍາທ່ານ ຄໍາໄຕ ສີພັນດອນ ທີ່ສາມາດສ້າງຊື່ສຽງ ມາສູ່ປະເທດລາວພວກເຮົາ
ວ່າມີເສດຖີ
ໃນລະດັບສາກົນນໍາເຂົາ. ສົມແລ້ວທີ່ທ່ານເປັນຜູ້ນໍາທີ່ສະຫລາດ ສ່ອງໄສ
ແລະຮູ້ຈັກເຮັດທຸລະ
ກິດຫລາຍອັນຫລາຍແນວ. ພວກເຮົາຄົນລາວທັງໝົດ ຄວນຮໍ່າຮຽນເອົານໍາເພິ່ນ
ເພື່ອໃຫ້ຄົນ
ລາວເຮົາໝົດທຸກຄົນ ຮັ່ງມີເໝືອນດັ່ງເພິ່ນ.

ພວກເຮົາເຫັນວ່າ ເພິ່ນເຮັດຖືກຕ້ອງແລ້ວ, ປະເທດຊາດພວກເຮົາພວມສ້າງ
ສັງຄົມນິຍົມ,
ດັ່ງນັ້ນ ທ່ານຜູ້ນໍາ, ສະມາຊິກພັກ, ພະນັກງານຂອງລັດ, ທະຫານ ຕໍາລວດ
ຕ້ອງຮັ່ງມີກ່ອນ.
ສ່ວນ ປະຊາຊົນ ກໍ່ຮັ່ງແລະສະໜຸກນໍາຫລັງ ຕາມທິດສະດີຊີ້ນໍາໂດຍ ພັກແລະລັດ.
ເບິ່ງຕົວຈິງແລ້ວ, ແຫລ່ງຂອງຄວາມຮັ່ງມີ ໃນປະເທດຊາດຂອງພວກເຮົາໃນທຸກດ້ານ
ຍັງມີ
ທ່າແຮງຫລາຍຢູ່ ທັງຊັບໃນດິນ ສິນໃນນໍ້າ ແລະຊັບພະຍາກອນມະນຸດ ເພື່ອໝູນໃຊ້
ເຮັດໃຫ້
ຄົນລາວ ພວກເຮົາຫລາຍຄົນ ກາຍເປັນມະຫາເສດຖີ ລະດັບສາກົນ ຖະແນມແຕ່ພວກເຮົາຮູ້
ຂຸດຄົ້ນ ແລະເອົາມາໝູນໃຊ້ ເພື່ອສ້າງຄວາມອຸດົມຮັ່ງມີ ສ່ວນບຸກຄົນ
ຂອງແຕ່ລະຄົນເໝືອນ
ດັ່ງບັນດາທ່ານຜູ້ນໍາ ພັກລັດ ທີ່ແສນຮັກຂອງພວກເຮົາ
ກໍາລັງເຮັດເປັນຕົວຢ່າງໃນປັດຈຸບັນ.
ຖ້າຫາກ ຊັບໃນດິນ ສິນໃນນໍ້າຂອງຊາດເຮົາ ຖືກຂຸດຄົ້ນອອກມາໝູນໃຊ້ໝົດແລ້ວ,
ເຊື່ອໝັ້ນ
ວ່າ ພະນະທ່ານ ຄໍາໄຕ ສີພັນດອນ, ຜູ້ນໍາທີ່ແສນຮັກແລະສະຫລາດສ່ອງໄສ,
ມະຫາເສດຖີຜູ້
ທໍາອິດຂອງ ຊາດລາວ ພວກເຮົາຄົງຈະກ້າວກະໂດດຂັ້ນເຖິງ ມະຫາເສດຖີລະດັບໂລກ, ທຽບ
ເທົ້າ ຫລືລື່ນກາຍທ່ານ ກາລົດ ສະລິມ ເຮລູ ຈາກປະເທດ ແມກຊິໂກ ມະຫາເສດຖີ
ອັນດັບ
ນຶ່ງ ຂອງໂລກ ຊຶ່ງມີຊັບສິນທັງໝົດ 74 ຕື້ໂດລາ, ທ່ານ ບີວ ເກດ ແລະທ່ານ
ວາເລັນ
ບັບເຟດ ຈາກປະເທດ ອະເມລິກາ ມະຫາເສດຖີອັນດັບສອງ ແລະສາມຊຶ່ງມີ 56 ຕື້ ແລະ50
ຕື້ ເພາະປະເທດລາວພວກເຮົາ ກໍ່ອຸດົມສົມບຸນ ຮັ່ງມີ
ບໍ່ນ້ອຍໜ້າຈາກສອງປະເທດດັ່ງກ່າວ.
ອັນນີ້ ກໍ່ແມ່ນການສ້າງໂສມໜ້າໃໝ່ ໃຫ້ແກ່ຄົນລາວ ແລະຊາດລາວເຮົາ
ໃຫ້ໂລກຮັບຮູ້ວ່າ
ຄົນລາວເຮົາ ບໍ່ແມ່ນຄົນທຸກ ໝົດທຸກຄົນ ຍັງມີມະຫາເສດຖີຄືທ່ານ ນາຍພົນ ຄໍາໄຕ
ສີພັນ
ດອນ ຜູ້ນໍາພັກແລະລັດທີ່ສະຫລາດສ່ອງໄສ,
ສາມາດບືນໂຕຂຶ້ນຕັ້ງແຕ່ເຂົ້າມາປົກຄອງປະເທດ
ໂດຍບໍ່ມີຫຍັງ, ສາມາດສ້າງຕົນເອງຂຶ້ນມາເປັນ ເສດຖີ ຕິດອັນດັບໂລກນໍາເຂົາ,
ຊົມເຊີຍ !
ຊົມເຊີຍ ເສດຖີລາວຂອງພວກເຮົາ !

ພວກເຮົາ ຄົນລາວທັງມວນ ຂໍອວຍໄຊໃຫ້ພອນ ແກ່ທ່ານ ມະຫາເສດຖີ ຄໍາໄຕ ສີພັນດອນ
ພ້ອມດ້ວຍຄະນະນໍາ ພັກແລະລັດທຸກຄົນ ຊຶ່ງນໍາພາປະເທດລາວເຮົາ ສ້າງສັງຄົມນິຍົມ
ໃນ
ປັດຈຸບັນນີ້ ຈົ່ງຮັ່ງມີ ໂຍໆຍິ່ງໆຂຶ້ນ ແລະຂ້ຽວບືນໂຕ
ສ້າງຖານະໃຫ້ໝົດທຸກຄົນກາຍເປັນ
ມະຫາເສດຖີຄືທ່ານ ນາຍພົນ ຄໍາໄຕ ໃຫ້ໄດ້ອີກຕໍ່ໄປເລື້ອຍໆ.

ຊົມເຊີຍໃນຜົນສໍາເລັດອັນຍິ່ງໃຫຍ່ຂອງພະນະທ່ານ ນາຍພົນ ຄໍາໄຕ ສີພັນດອນ.
ນັບຖື ແລະຮັກແພງທ່ານຜູ້ນໍາທີ່ເຄົາລົບຮັກຂອງ ລາວ ທີ່ຮັ່ງມີທຸກທ່ານ.

ຮັກແພງ,

So, the corruption continue, started from Kham tai and ran down ward
to the gate keeper. Congratulation for the Lao Millionaire
Khamtai...May god takes you to hell!!!!



Relevant Pages