Re: Thorny Issue ທີ່ບໍ່ແມ່ນຈັກດີ້



ໃນພຶກຕິກັມທີ່ເຫັນ ກາລກະທັມຂອງລາວແດງພ່ານໃນປະເທຕ ແລະ ຄົນລາວຢູ່ນອກປະເທຕເບິ່ງແຕກຕ່າງກັນ ແຕ່ກໍ່ຄ້າຍຄືກັນຫລາຍຢ່າງໃນວິທີ່ການລະງັບສົງຄາມໃນກຸ່ມຄົນ. ນັ້ນກໍ່ຄືດັ່ງວ່າທຸກຝ່າຍມີຄວາມເຈັບແຊບແລະທໍຣະຫົນຈາກເສິກຮ່ວມເຜົ່າທີ່ບໍ່ອາດເອົາກັບຄືນມາໄດ້ອີກ ທີ່ເຫັນຫລົງເຫລືອຢູ່ກໍ່ພຽງແປວຂວັນ ທີ່ຍັງບົ່ງບອກວ່າ ເຫຕການໄດ້ມີຄວາມຮຸມແຮງ ແລະແປພັນເກີດຂຶ້ນ. ສ່ວນຝ່າຍລາວແດງ ວິທີ່ລະງັບທີ່ນຳມາເຊິ່ງຄວາມສະງົບສຸກໃນປະເທຕຂອງຕົນກໍ່ຄື ດວ້ຽບໍ່ໃຫ້ມີກາລອອກປາກອອກສຽງຫຍັງຫລາຍ ໃຫ້ສະງົບຄວາມສົ່ງຈຳແລະເຈັບຊຳ້ໄວ້ພຽງຜູ່ດຽວ ດວ້ຽໄຊ້ການເວລາເປັນຜູ່ປິນປົວເອງ ອັນນີ້ແມ່ນການກະທັມຂອງຄອບຄົວຄົນອາຊີແລ້ວ ທີ່ກ່ຽວພັນເຖິງກົກເຄົ້າຕົ້ນຕະກູນ. ດັ່ງນັ້ນເຖິງເສິກຈະໄດ້ເກີດຂຶ້ນ ແລະ ໄດ້ດັບລົງແລ້ວກໍ່ຕາມ ຄວາມງຽມສະຫງັດຍັງຄົງດັ່ງກ້ອງແລະສົ່ງສາຍເຫຍືອກເຢັນມາເປັນບັ້ນໆ ບົ່ງບອກວ່າຄວາມບອບຊຳ້ບໍ່ໄດ້ຫນີໄປໃສ. ບັນຫານີ້ ພີນ້ອງຊາວມົ້ວ ຫລືຄົນລາວເອງຜູູ່ອາໃສຢູ່ລາວ ຕົວແລ້ວຜູ່ທີ່ເກີດໃຫມ່ໃຫ່ຽລຸນກລັງຈາກ 1975 ບາງຄົນບໍ່ຮູ້ບໍ່ເຫັນບໍ່ໄດ້ຍີນຫຽ້ງເລີຽ ຈະຕອ້ງຕິວ່າພວກກະເຈົ້າໂງຈາ ໄຮ້ດຽງສາ ກໍ່ແມ່ນ ແລະອີກເຊັ່ນດຽວກັນ ກໍ່ຄົງຕ້ອງຕິບໍ່ໄດ້ເພາະນັ້ນແມ່ນການບົວລະບັດວິທີ່ຮັກສາຄວາມເຈັບຊຳ້ດ້ວຽກາລບໍ່ອອກສຽງອອກປາກໃຫ້ແນວຄິດຂອງຕົນເອງແຕ່ແນວໃດ ທີ່ເຫັນກໍ່ພຽງກາລກະທັມທີ່ບົກບອກວ່າຊາວຕາເວັນຕົກເປັນຝ່າຍ "ປະຕິການຂ້າຄົນ". ທີ່ຕົຣງກັນຂ້າມກັນກັບຝ່າຍລາວຢູ່ນອກປະເທດທີ່ມີການເປີດເອີກອອກປາກເວົ້າ
ແນວຄິດຕົນເອງ ທີ່ບາງເລື່ອງລາວເລື່ອງນອ້ຽໆກໍ່ດັ່ງວ່າເປັນເລື່ອງໃຫ່ຽ ແລະເລື່ອງໃຫ່ຽໆເວົ້າຫລາຽນັ້ນ ເຮັດໃຫ້ບໍ່ມີຫຽັງດີຂຶ້ນເລີຽນອກຈາກ ຫນ້າກະດ້ານເຈັຽເປັນປື…

ສຳລັບຜູ່ກ່ຽວແລ້ວຄິດວ່າເລື່ອງພີ່ນ້ອງຊາວມົ້ວນີ້ບໍ່ແມ່ນເລື່ອງນ້ອງນິດຈັກຫນອ້ຽ.
.