ຄວາມເປັນລາວ
- From: ລາວຄຳຫອມ <laokham@xxxxxxxxxx>
- Date: Mon, 21 Jan 2008 17:41:22 -0800
ຫຼາຍຄົນກໍມີຄວາມຄຶດວ່າ ຄວາມເປັນລາວນັ້ນກໍຄືການໃຊ້ຊີວິຕຢູ່ເມືອງລາວ ຕ້ອງໄປປ່ວຍໄປຕາຍ ໄປຈູດໄປເຜົາ
ຢູ່ເມືອງລາວຈຶ່ງເອີ້ນວ່າເປັນລາວ ເຖິງຈະໄປກົ້ມຫົວຮັບການກົດຂີ່ຂອງອິສຣະກໍຍອມ ເພາະຢ້ານບໍ່ໄດ້ເປັນ ລາວ
ອັນນີ້ຜູ້ຂ້າກໍຂຽນໄປແລ້ວເປັນພາສາອັງກິດວ່າ ການເປັນລາວນັ້ນຢູ່ໃນຈິຕໃຈຂອງພວກທ່ານເອງ ຢູ່ໃນສາຍເລືອດ
ຂອງພວກທ່ານເອງ ບໍ່ໄດ້ຈຳກັດຢູ່ໃນສຖານທີ່ແຫ່ງໃດແຫ່ງໜຶ່ງດອກ ເພາະຄວາມເປັນລາວ ຫຼືຈະເປັນຊາຕໃດກໍຕາມ
ເຖີດ ມັນກໍຂຶ້ນກັບຄວາມເຊື່ອຖື ຂນົບທຳນຽມປະເພນີຮີດຄອງແລະວິຖີການດຳຣົງຊີວິຕ ລາວມີແບບທີ່ເອີ້ນວ່າລາວ ຈຶ່ງ
ວ່າເປັນຄົນລາວ ຈີນກໍມີແບບຈີນ ຈຶ່ງເອີ້ນວ່າເປັນຈີນ ຜູ້ຂ້າກໍບໍຕິດອກວ່າ ໃນຈິຕໃຈຂອງພວກທ່ານມີຄວາມຜູກພັນກັບ
ປິຕຸພູມຫຼືມາຕຸພູມ ຫຼືທັງສອງຢ່າງ ຍ່ອມປະສົງຢາກຊົດຊ່ອຍຕາມກຳລັງຄວາມສາມາດ ບູຮານວ່າ ເພິ່ນບໍ່ເອີ້ນໂຕຢ່າຂານ
ເພິ່່ນບໍ່ວານໂຕຢ່າຊ່ອຍ ຫາກຢາກຊ່ອຍແທ້ໃຫ້ພິຈາຣະນາ ຈຸດສຳຄັນທີ່ສຸດຂອງຄຳສຸພາສິດນີ້ຢູ່ປໂຍກສຸດທ້າຍ ຊຶ່ງກໍຄື
ໃຫ້ພິຈາຣະນາ ຢ່າໃຫ້ຄວາມຮັກ ຊຶ່ງກໍຄືຮັກຊາຕນັ້ນ ບັງສຕິຄວາມນຶກຄິດຂອງຕົນຈົນຕົກໄປເປັນເຫຍື່ອຂອງການຕົວະ
ຍົວະ ອັນນີ້ຜູ້ຂ້າກໍເຫັນມາສາມສີ່ຣາຍແລ້ວ ຜູ້ລາງຄົນກໍມີເຮືອນສອງຫຼັງ ໃຫ້ເຂົາເຊົ່າຢູ່ຫຼັງໜຶ່ງ ແລະກໍມີທຸຣະກິຈເປັນ
ຂອງຕົນເອງ ຕໍ່ມາກໍຂາຍເຮືອນແລ້ວຫອບເງິນເມືອເມືອງລາວ ກະວ່າຈະໄປຊ່ອຍສ້າງເສຖກິຈ ທຳມາຫາກິນຢູ່ລາວ ພໍໄປໄດ້ປີກວ່າ ກໍຄະລາດກັບຄືນມາ ໝົົດສິ້ນທຸກຢ່າງ ບໍ່ແມ່ນຍ້ອນຫຼຸບທຶນ ແຕ່ຫາກແມ່ນຖືກຮີດໄຖຈົນບໍ່ສາມາດຈະ ປະກອບທຸຣະກິຈໄດ້ ປັຈຈຸບັນກໍກາຍຈາກຄົນທີ່ພໍມີຖານະທີ່ມີສາງຈຳໜ່ານສິນຄ້າສົ່ງ ຊຶ່ງບັດນີ້ກໍເປັນພຽງກັມກອນຢູ່ສາງ
ເຮືອນທີ່ຈະຢູ່ອາໄສກໍບໍ່ມີຈຶ່ງຕ້ອງໄປເຊົ່າຫ້ອງພັກແຄບໆຢູ່ ນີ້ແມ່ນຄວາມຜິດຂອງໃຜລື ຜູ້ຂ້າຈຶ່ງຢາກເຕືອນສຕີພວກທ່ານວ່າຢ່າໄດ້ປມາດ ຢ່າມັກຟັງຄຳຫວານ ຄຳຂົມທີ່ຜູ້ຂ້າກ່າວ ອາດບໍ່ຖືກຫູ ແຕ່ອາດເປັນ ຢາປ້ອງກັນຄວາມຫາຍນະຂອງທ່ານໄດ້ ຈົ່ງໃຊ້ຄວາມພິຈາຣະນາເອົາ ບາງຄົນກໍວ່າຈະໄປຊື້ດິນດອນຕ່ອນຫຽ້າ ຜູ້ຂ້າຈຶ່ງຢາກຖາມວ່າ ທ່ານຄຶດແນວໃດຈຶ່ງຢາກຊື້ສິ່ງທີ່ທ່ານບໍ່ສາມາດເປັນເຈົ້າຂອງກັມສິທໄດ້ ຊິຕ່າງຫຍັງລືກັບການໄປ ຊື້ເອົາເດືອນເອົາດາວ
ໝູ່ເຮົາທີ່ອົພຍົບມາຢູ່ຕ່າງແດນ ຫອບລູກຜູກໝາໜີໄພ ບາງຄົນກໍປ່ວຍຕາຍຢູ່ສູນອົພຍົບ ບາງຄົນກໍຖືກຍິງເວລາຂ້າມນ້ຳ ເຫຼືອຕາຍແລ້ວຈຶ່ງມີຊີວິຕຢູ່ຮອດມື້ນີ້ ມາຮອດຕ່າງປະເທສກໍມາພຽງເສື້ອຄາຄີງ ສູ້ຊົນຊີວິຕທີ່ລຳບາກໃນບັ້ນຕົ້ນ ຈຶ່ງຄ່ອຍ
ສາມາດທ້ອນໂຮມເງິນຄຳໄດ້ແລະຊ່ອຍຊູລູກຫຼານທີ່ເກີດໃໝ່ໃຫຽ່ລຸນໄດ້ມີການສຶກສາທີ່ດີກວ່າທີ່ຕົນໄດ້ຮັບມາ ຜູ້ຂ້າກໍເຫັນ
ລູກຫຼານຫຼາຍຄົນຮຽນຈົບຫຼາຍວິຊາອາຊີພ ເປັນຄຣູ ເປັນພຍາບານ ເປັນແພທ ເປັນທັນຕແພທ ເປັນເພສັຊກອນ ເປັນ
ວິສວະກອນ ເປັນນັກການເງິນ ເປັນຈັກສຸແພທ ສາຣະພັດອາຊີພ ຜູ້ບໍ່ໄດ້ດີກໍຍ່ອມມີເປັນທັມມະດາ ເອົາແຕ່ຜູ້ທີ່ໄດ້ດີ
ໂດຍທີ່ພວກທ່ານຜູ້ເປັນບິດອນມານດາຊຸກຍູ້ ຜູ້ຂ້າກໍຂໍຊົມເຊີຍ ຫາກທ່ານຍັງບໍ່ຮູ້ເມື່ອຄີງ ນີ້ແລ້ວແມ່ນຄວາມເປັນລາວ
ສິ່ງທີ່ທ່ານສູ້ຊົນຂົນຂວາຍ ສິ່ງທີ່ທ່ານບຸກບັ່ນໂດຍບໍ່ຫວັ່ນຕໍ່ອຸປສັກ ນີ້ແລ້ວຄືຄວາມເປັນລາວ ສິ່ງທີ່ທ່ານຮັກ ຊຶ່ງກໍຄື
ກຽຕແລະສັກສີ ບໍ່ຍອມນ້ອຍໜ້າຊາຕອື່ນທີ່ທ່ານມາຢູ່ອາໄສ ນີ້ແລ້ວຄືຄວາມເປັນລາວ ພວກທ່ານນັ້ນເປັນລາວທຸກຄົນ
ແລ້ວ ຈົ່ງພູມໃຈເຖີດ ຢ່າໄດ້ໃຫ້ຄວາມເປັນລາວປອມໆຂອງຜູ້ອື່ນຍົວະໃຫ້ຫຼົງສຕິ ຢ່າໃຫ້ເຂົາໃຊ້ຄຳຫວານດັ່ງກັບນິທານ
ໝາຈອກກັບໄກ່ມາສ້າງຄວາມສັບສົນແກ່ທ່ານ ພວກທ່ານທຸກໆຄົນເປັນລາວສຳລັບຜູ້ຂ້າ ຈົ່ງຮັກສາກຽຕແລະສັກສີຂອງ
ຄວາມເປັນລາວດັ່ງທີ່ຜູ້ຂ້າຊີ້ແຈງໄວ້ຈົນຊົ່ວລູກຊົ່ວຫຼານຂອງພວກທ່ານ ໂອກາດຊ່ອຍເມືອງລາວນັ້ນຍັງຈະມີຢູ່ດອກ ແຕ່ດຽວນີ້ຍັງບໍ່ແມ່ນໂອກາດເທື່ອ
ຂອບໃຈ
.
- Follow-Ups:
- Re: ຄວາມເປັນລາວ
- From: ຈອນນີ
- Re: ຄວາມເປັນລາວ
- Prev by Date: Re: Dual citizenship and its incentive
- Next by Date: Re: ຄວາມເປັນລາວ
- Previous by thread: Re: Nam Bak to celebrate the 40th anniversary of the day when
- Next by thread: Re: ຄວາມເປັນລາວ
- Index(es):