ມີການປ່ຽນແປງ ທີ່ ອາເມຣິລາວ
- From: ຜູ່ບ່າວລາວ <baolao@xxxxxxxxx>
- Date: Wed, 28 Nov 2007 13:00:46 -0500
ຂໍປະກາສ
ເລີ່ມແຕ່: December 1, 2007 ທາງສຖານີ ວິທຍຸກຣະຈາຍສຽງ ເອກຣາຊ ອາເມຣິລາວ ເບີ ນຶ່ງ ຈະໄດ້ປິດອອກອາກາສ ຊ່ວຍຄາວ ປະມານ ໑ ອາທິດ ຫລືອີງຕາມເຫດການ. ເນື່ອງຈາກວ່າ: ຂພຈ ຈະໄດ້ມີການຍົກຍ້າຍ ທີ່ຢູ່ອາສັຍ ໄປຢູ່ອີກເມືອງນຶ່ງ (ຍ້າຍເຮືອນ) ດັ່ງນັ້ນ ຂພຈ ໄດ້ ປິດໂທຣະສັພ, ປິດ ເຄໂບ, ປິດວິທຍຸ ແລະອື່ນໆ ຈົນເຖິງເວລາ ທີ່ທາງບໍຣິສັດ ຈະມາຕິດຕັ້ງໃຫ້ໃໝ່ (ທີ່ເຮືອນຫລັງໃໝ່) ເຖິງເວລານັ້ນ ຂພຈ ຈຶ່ງຈະໄດ້ ເປີດທຸກຢ່າງຄືນມາເປັນປົກະຕິ....
ສ່ວນສຖານີ ເບີ ອື່ນໆ ແມ່ນບໍ່ມີການປ່ຽນແປງ ແລະ ແວ໊ບໄຊທ໌ ກໍບໍ່ມີການປ່ຽນຫຍັງເລີຍ (ຈະງົດອອກອາກາສຊ່ວຍຄາວມີແຕ່ ເບີ ໑ ເທົ່ານັ້ນ) ສ່ວນ ທ່ານໃດທີ່ເຄີຍໂທຣ ຫາ ຂພຈ ທາງໂທຣສັພຕັ້ງໂຕະ ແມ່ນໃຊ້ບໍ່ໄດ້ແລ້ວ ຍັງໃຊ້ໄດ້ແຕ່ ນ້ຳເບີມືຖື ເທົ່ານັ້ນ.
ເຣຶ່ອງແວ໊ບໄຊທ໌ ທາງເຂົ້າແມ່ນ:
http://www.amerilao.org/
AmeriLao Phase 2 ມີການປັບປຸງໜ້ອຍນຶ່ງ ແລະໄດ້ເພີ່ມເຕີມ ໜ້າລົງໄປໃໝ່ ເປັນຕົ້ນວ່າ:
ໜ້າຂອງລາວຮ່ວມສັມພັນແມ່ນ:
http://seri.amerilao.org/
ໜ້າຂອງສຽງລາວລ້ານຊ້າງແມ່ນ:
http://lanexang.amerilao.org/
ສ່ວນຂໍ້ມູນຂອງແຕ່ລະໜ້າແມ່ນຈະປ້ອນເຂົ້າຕາມພາຍຫລັງ ຈະຊ້າຫລືໄວແມ່ນສຸດແລ້ວແຕ່ ເຈົ້າຂອງໜ້ານັ້ນໆ ຈະປ້ອນຂໍ້ມູນເຂົ້າມາໃຫ້.
ຈຶ່ງປະກາສມາເພື່ອຊາພ.
ຮັກແພງ
ຜບລ
.
- Prev by Date: Re: why we bow our heads to thai royal and not lao royal
- Next by Date: Re: why we bow our heads to thai royal and not lao royal
- Previous by thread: ຂອງຂວັນກຣິສມາສໃຫ້ພໍ່ຕູ້ລາວຮັກລາວ
- Next by thread: ແມ່ນຫຍັງຄືການສຶກສາ?
- Index(es):