Re: need help reading/posting lao characters



ສບາຍດີ sulilec

ແຕ່ລະແວ໊ບໄຊທ໌ ໄດ້ມີການຂໍຮ້ອງໃຫ້ສະມາຊິກ ລົງສະມັກ ເພາະມີເຫດຜົນແບບນີ້:

ການສ້າງ Forums and Blog ໃນແວ໊ບໄຊທ໌ ມີຫລາຍຣະບົບ ສຸດແລ້ວແຕ່ Web-Master ຈະເອົາຣະບົບໃດມາຕິດຕັ້ງແລະຈະໄປເອົາ ສີສັນ ຂອງເປືອກ Forum ອັນໃດມາໃຊ້? ຫລັງຈາກສ້າງຮຽບຮ້ອຍແລ້ວ ກໍປ່ອຍໃຫ້ປະຊາຊົນເຂົ້າໄປໃຊ້ສອຍ ຕາມທັມະດາ ແຕ່ວ່າ:
ຈະມີພວກນຶ່ງ ເຂົາເອີ້ນພວກ ໂຄສະເຖື່ອນ ພວກນີ້ຈະໃຊ້ຣະບົບ Spider-Ware ກວດໄປຕາມ ອິນເຕີແນັດ ເພື່ອກວດຫາ ແວ໊ບໄຊທ໌ ທີ່ເປີດຟຣີ ໂດຍບໍ່ໄດ້ສະມັກເປັນສະມາຊິກ ຖ້າພົບເຫັນແລ້ວ ຈະເກັບກຳຂໍ້ມູນ ກັບໄປຍັງພວກໂຄສະນາເຖື່ອນ... ຫລັງຈາກນັ້ນພວກ ໂຄສະນາເຖື່ອນ ຈະມີ ຊ໊ອບແວຣ໌ ສົ່ງໂຄສະນາເຖື່ອນ ມາຍັງ Forums ທີ່ນັ້ນໂດຍທັນທີ; ໂຄສະນາຂອງພວກນີ້ ຈະມີ ເພດ, ຢາຊູກຳລັງ, ກະເທີຍ ແລະອື່ນໆ ພວກໂຄສະນາເຖື່ອນຈະສົ່ງ ແບບໂອໂຕມາຕິກ ມາລົງໃນ Forums ໂດຍບໍ່ແມ່ນ ຜູ່ຄົນເອົາໄປລົງໂຄສະນາ... ບາງມື້ຈະເຖິງ ໒໐໐ ຫາ ໓໐໐ ໂຄສະນາ ດັ່ງນັ້ນ ເຈົ້າຂອງແວ໊ບໄຊທ໌ ຕ້ອງໄປລຶບອອກ ແລະໃຊ້ເວລາດົນນານ ກ່ວາທີ່ຈະລຶບໃນແຕ່ລະມື້ ດ້ວຍເຫດນັ້ນ ເພື່ອປ້ອງກັນໂຄສະນາເຖື່ອນແບບນີ້ Webmaster ຈຳເປັນຕ້ອງໄປ Block ເອົາໄວ້ ໂດຍໃຫ້ສະມາຊິກ ສະມັກເປັນສະມາຊິກເສັຽກ່ອນ ກ່ອນຈະລົງບົດ ເພື່ອປ້ອງກັນ ໂຄສະນາເຖື່ອນອັນນີ້ ເຂົາເອີ້ນວ່າ: ANTI-SPAM

ເຣຶ່ອງ Hacker ສ່ວນຫລາຍເຂົາຈະ ແຮ໊ກ website ເປັນສ່ວນຫລາຍ. Website Server ສ່ວນຫລາຍຈະໃຊ້ຣະບົບ Linux ການທີ່ເຂົາແຮ໊ກ ເຂົາຈະໃຊ້ ໄອພີຂອງ ແວ໊ບໄຊທ໌ ເຊັ່ນ: 123.34.56.789 ແລະ Port Numer: 12345 ສຸດແລ້ວທີ່ ແຮ໊ກເກີ ເອງ.... ຫລັງຈາກເຂົາແຮ໊ກເຂົ້າໄປ ທາງໃນ ແວ໊ບໄຊທ໌ແລ້ວ ເຂົາຈະປ່ອຍ ພະຍາດ (ໜອນ) ຄອມພີວເຕີ ໄວ້ທາງໃນ ແວ໊ບໄຊທ໌ ແລະແວ໊ບໄຊທ໌ ນັ້ນຈະໃຊ້ການບໍ່ໄດ້ ໂດຍສ່ວນຫລາຍ ພະຍາດນັ້ນ ແຮ໊ກເກີ ຈະປ່ອຍຢູ່ທີ່ MySQL ເພາະສະນັ້ນ Webmaster ຈະຕ້ອງສ້າງ MySQL ເປັນລ໊ອກໃຜ ລ໊ອກມັນ ເພື່ອເວລາ ມີພະຍາດແລ້ວ ມັນຈຶ່ງເສັຽບໍ່ໝົດ ແວ໊ບໄຊທ໌ ຖ້າແວ໊ບໄຊທ໌ໃດ ມີ MySQL ອັນດຽວ ຖ້າເສັຽແມ່ນເສັຽໝົດເລີຍ ມັນກ່າເລີຍລຳບາກໃຫ້ Webmaster. ດ້ວຍເຫດຜົນອັນນັ້ນ ທຸກຄົນກ່າເລີຍປ້ອງກັນ ໂດຍໃຊ້ຫລາຍ MySQL ເວລາເສັຽ ມັນຈຶ່ງເສັຽບໍ່ໝົດທັງແວ໊ບໄຊທ໌....

ເຣຶ່ອງນັກປອມຊື່ສະມາຊິກໃນທີ່ນີ້ ຖືວ່າເປັນການຢອກກັນ ຊື່ໆ. ຂພຈ ບໍ່ຮູ້ນຳເດີວ່າ: ເປັນຫຍັງ? ເພາະຫຍັງແລະເພື່ອຫຍັງ? ແມ່ນບໍ່ຮູ້ນຳເດີ ແຕ່ວ່າ ຜຂ ກ່າເດົາຫລາຍເຣຶ່ອງ ເດືອນທີແລ້ວຜ່ານມາ ແຕ່ກໍບໍ່ມີໃຜສົນໃຈແລະບໍ່ມີໃຜຢາກແກ້ໄຂ, ຂພຈ ກ່າເລີຍຍ່າງໜີຊື່ໆ ເພາະບໍ່ຮູ້ແນວຈະແກ້ໄຂຊ່ວຍ.... ແຕ່ວ່າ ຂພຈ ກໍຄິດຢ່າງນຶ່ງຢູ່ວ່າ: ມີເຫດມັນຈະຕ້ອງມີຜົນ ແນ່ນອນ ຜູ່ກ່ຽວ ຕ້ອງມີຈຸດປະສົງແນວໃດແນວນຶ່ງ ຖ້າທຸກໆທ່ານຊ່ວຍກັນປັບປຸງ ຊ່ວຍກັນປ່ຽນແປງສີ່ງບໍ່ຖືກຕ້ອງ ທຸກຢ່າງຈະດີຂຶ້ນ... ຖ້າພວກເພີ່ນຖືວ່າ ມັນບໍ່ສັມຄັນ ເອົາໂຕໃຜໂຕມັນລອດກໍ່ພໍ; ຜຂ ກ່າຄືກັນ... ຈະເອົາແຕ່ໂຕເອງລອດຄືກັນ... ນັ້ນລະ!!!! ຮຶໆໆໆໆໆໆ

ຮັກແພງ
ຜບລ




sulilec wrote:
ຜບລ:
ຂອບໃຈທີ່ອອກຂ່າວໃຫ້ຮູ້ນຳກ່ຽວກັບອາເມຣິລາວ ທີ່ໄດ້ມີກາລຄືບຫນ້າ ປະກົດວ່າດຽວນີ້ຢູ່ແວບໄຊໃດກໍ່ຕ້ອງກາລໃຫ້ຈົດທະບຽບເຂົ້າຮ່ວມກ່ອນຈິ່ງຄ່ອຽໄຊ້ໂພສທໄດ້ຄົງຍ້ອນເປັນຫວ່ງຄວາມປອດໄພ ຫລືຢ່າງໃດ? Hacker ນີ້ຈະເຮັດຫຍັງໄດ້ແດ່ຖ້າຄອມຖືກເຂົ້າລົບກວດ ຫລືທັມຮ້າຽ? ດັ່ງນັກປອມແປງຊື່ຫລາຽໆຄົນທີ່ສະພາແຫ່ງນີ້ກະຄືເຮັດຫຍັງບໍ່ໄດ້ຫລາຽນອກຈາກທັມຮ້າຽປ້າຍສີຄຳເວົ້າຊື່ໆ? ຄືບໍ່ເຫັນຜູ່ໃດປົບຫນີດ້ວຽມີຜູ່ມັກມາປອມແປງຊື່ກະເຈົ້າໄດ້ເນາະ? ປະກົດວ່າບໍ່ມີໃຜຢ້ານນັກປອມແປງນາມຂອງຜູ່ອື່ນ

ຂອບໃຈ ຜບລ ຫລາຍຖ້າມີເວລາຕອບກໍ່ຄົງດີ ຖ້າບໍ່ມີກໍ່ຈະລໍຈົນກວ່າມີເວລາພຸ້ນລະເນີ? grins

ຮັກແພງ

Sulilec
.