Re: ຂໍນຳ



ທ່ານເຊີນຍີ້ມທີ່ ຮັກແພງ,
ນີ້ແລະເພີ່ນວ່າ ສົນທະນາແບບ ລາມພະລາມຈົວໄປໝົດ ຢ່າງບໍ່ມີຂອບເຂດ. ການລະເມີດ
ຊັບສີນ ທາງປັນຍາ ຫລື ລີກາສິດ ກໍ່ແມ່ນເລື້ອງຂອງ ຄົນລະເມີດກົດໝາຍ
ຈຳເປັນຫຍັງຕ້ອງ ຕີລວດ ກວດພຽງ ຮອດປະເທດຊາດບ້ານເມືອງ... ມັນກໍ່ຄ້າຍຄືວ່າ
ມີຄົນລາວເຮົາມາຈາກອາເມລິກາ ກະທຳໃນສີ່ງທີ່ບໍ່ດີບໍ່ງາມ
ແລ້ວຄົນທາງບ້ານຕີລາຄາໂລດວ່າ ພວກຄົນລາວມາແຕ່ອາເມລິກາບໍ່ດີ
ມັນກໍ່ຖືກຢູ່ບໍ້?
ດັ່ງນັ້ນ ພວກເຮົາຄວນຄິດກ່ອນຈື່ງຂຽນ ແລະກໍ່ບໍ່ສົມຄວາມ
ຕີລາຄາແບບລາມພະລາມຈົວໄປໝົດ ແບບວ່າ ປາຕົວດຽວ ເໜົ່າໝົກຂ້ອງ.

ໂຊກດີ