ຖາມຂ່າວ



ປີໃໝ່ມາເຖິງນີ້
ຈານໂຕ່ງເຕ່ງຂໍຖາມຂ່າວ
ເຖີງຊາວລາວພີ່ນ້ອງ
ຖ້ວນໜ້າຄູ່ຊູ່ຄົນແດ່ທ້ອນ
ຈົ່ງຢູ່ເຢັນຫາຍຮ້ອນ
ຄວາມເຈັບໄຂ້ໃຫ້ຫ່າງໜີ
ທ່ານເອີຍ...

ກັມທີ່ເຕາະຕ່ອງຕ້ອຍ
ຕາມໄຕ່ໃຫ້ຫ່າງໜີ
ໄຫລໄປຕາມນະທີ
ບໍ່ຫວນຄືນຕ່າວຢ້ອນ
ເນີທ່ານເນີ..

ປີໃໝ່ຈໍຕໍ່ກຸນມາເຖິງນີ້
ເມືອງລາວຈົ່ງເຮືອງຮຸ່ງ
ໝອກດໍາທີ່ຫໍ່ຫຸ້ມ
ໃສແຈ້ງທົ່ວນະພາແດ່ຂ້າທ້ອນ​
ລາວເຮົາເອີຍ..