Re: ຄຣູສອນໃນເຂດຊົນະບົດຂອງລາວ ໄດ້ພາກ



ພີ່ນ້ອງລາວນອກທັງຫລາຍ,

ຂ່າວເລື່ອງເງິນເດືອນຄູນີ້ເວົ້າວ່າ:
“ຄູສອນໃນເຂດຊົນະບົດສ່ວນໄຫ່ຍແລ້ວບໍ່ໄດ້ຮັບເງິນເດືອນແບບປົກະຕິ”
ບໍ່ໄດ້ຫມາຍຄວາມວ່າສາມເດືອນຣັບເທື່ອຫນຶ່ງ
ແຕ່ຈະມີການຊັກຊ້າເລັກນ້ອຍຊ້າສຸດກໍຈະໄດ້ຮັບໃນອາທິດທຳອິດແຕ່ລະເດືອນ
ອາດຈະເປັນຍ້ອນການຊັກຊ້າຂອງຜູ້ມາຮັບເອົາເງິນເດືອນເອງຫລືຍ້ອນສາເຫດອື່ນໆ
ແຕ່ບໍ່ແມ່ນຍ້ອນເລື່ອງງົບປະມານ.ລັດຖະບານແມ່ນໃຫ້ຄວາມສຳເລື່ອງນີ້ຢູ່ແລ້ວ
ໃນສະພາວະຄ່າຄອງຊີບມີທ່າທີກະເຕື້ອງສູງຂຶ້ນອັນສືບເນື່ອງມາຈາກລາຄານ້ຳມັນໂລກ
ຈື່ງເຮັດໃຫ້ຄູສອນເຫລົ່ານີ້ຈຳນວນຫນຶ່ງຈຳເປັນຕ້ອງຫາລາຍໄດ້ຈາກພາກສ່ວນອື່ນ
ສອນຫນັງສືເພີ້ມ,ເຮັດຮົ້ວເຮັດສວນແລະອື່ນໆ.ມັນເປັນເລື່ອງທຳມະດາຂອງຊິວີດຊົນນະບົດ.