Re: ການອອກວີຊາເທື່ອດຽວແຕ່ໄປໄດ້ຫລາຍປະເທດ




ແຕ່ວ່າວີຊາເຂົ້າລາວທີ່ເອົາຈາກສນາມບີນຫລືດ່ານເຂົ້າປະເທດຕາມຊາຍແດນນັ້ນແມ່ນໄດ້ແຕ່
໒ ອາທິດເທົ່ານັ້ນ.

ທາງທີ່ດີແລ້ວຄວນສີໃຫ້ໄດ້
໓໐ ມື້ສາ. ນອກຈາກຈະໄດ້ເວລາ
໑໔ ມື້ແລ້ວ ຜຂ
ຍັງໄດ້ໃຫ້ຄ່າກາເຟແກ່ເຈົ້າໜ້າທີ່
ຕາມທີ່ເຂົາເອິ້ນກັນຢູ່ແຖວໆນັ້ນອີກ.

ແລະກໍໄດ້ຍີນຫລາຍຄົນວ່າໄດ້ເສັຍຄືກັນວ່າຊັ້ນ.
ເອົາຢູ່ສຖານທູດຢູ່ໃນ
ວໍຊີງຕັນ ແທ້ໆ
ກະຍັງຕ້ອງເສັຍຄ່າບໍຣິການເພີ້ມອີກ
ສິບຫ້າ ດອນ ຮ່ວມເປັນ
ສີ່ສິບຫ້າ ດອລ
ບໍ່ເຂົ້າໃຈເລີຍ, ເປັນຫຍັງ
ຕ້ອງມີຄ່າບໍຣິການ
ອີກຕ່າງຫາກ ສັງບໍ່ວ່າ
ຄ່າວິຊ່າ ສີ່ສິບຫ້າ
ດອລເລິຍເນາະ.

ຢາກຂໍໃຫ້ຣັຖບານແກ້ໄຂເຣື້ອງນີ້,

ເພາະຈະເປັນການສ້າງຄວາມສດວກໃຫ້ແຂກບ້ານແຂກເມືອງອີກນ້ອຍນື່ງ.