Re: ລະເບີດຕົກຄ້າງ(UXO)ຍັງເປັນໄພຂົ່ມຂູ່ຊີວິດຂອງປະຊາຊົນ



ພີ່ນ້ອງຮ່ວມຊາດທັງຫລາຍ,

ຜູ່ຂ້າເຄີຍຕິດຕາມເລື່ອງເກັບກູ້ລະເບີດມາຫລາຍປີແລ້ວ
ມີແຕ່ເລື່ອງເສົ້າໆໂສກໆກ່ຽວກັບລະເບີດນະລົກດັ່ງກ່າວ
ບຶດນຶ່ງກໍມີຂ່າວແຕກບື້ມຢູ່ບ່ອນນັ້ນບື້ມຢູ່ບ່ອນນີ້
ເຈັບຕາຍສິບຊາວສາລະພັດຄວາມສູນເສຍ

ແຕ່ຄົນທີ່ເຫັນໃຈໃນເລື່ອງນີ້ພັດບໍ່ແມ່ນເພິ່ນຜູ້ເອົາມາຖີ້ມໃສ່
ພັດແມ່ນຄົນຊາດອື່ນທີ່ບໍ່ໄດ້ກ່ຽວຂ້ອງກັບການກໍ່ເຫດເລີຍ
ພ້ອມທັງຄົນລາວເຮົາເອງນຳກັນນີ້ແລ້ວຕ້ອງເອົາຊີວິດເຂົ້າໄປສ່ຽງ
ໃນການເກັບກູ້ແລະທຳລາຍລະເບີດດັ່ງກ່າວ
ມີຫລາຍຄົນກໍໄດ້ເສຍຊີວິດແລະເສຍອົງຄະໃນການປະຕິບັດຫນ້າທີ່ດັ່ງ
ລວມທັງປະຊາຊົນທີ່ບໍ່ມີຄວາມຜິດຫຍັງກໍໄດ້ສູນເສຍຄົນທີ່ຮັກໄປຫລາຍແລ້ວ