Re: ສົ່ງທ້າຍປີເກົ່າແລະຕຽມຕ້ອນຮັບປີ



ອົມພຽງ...ຮ້າຍກວາດໜີດີກວາດເຂົ້າ.ໂລກຄອມມີວນິດກວາດໜີໂລກເສຣີກວາດເຂົ້າເມືອງລາວ.
ຂ້ອຍຂໍເຫລົ້ານາຊູຈັກຈອກແດ່...ພໍຊິໄດ້ເປັນນໍ້າມົນເປົ່າໄລ່ໂຈນຫ້າຮ້ອຍໜີ.

ເອີ..ອັນເຣື່ອງເລືອກເອົາຄົນເດັ່ນຂອງສະພາກາເຟSCLເຮົານີ້ຂໍໃຫ້ທຸກຄົນເບິ່ງນໍາກັນເດີ.
ຕາມເບິ່ງນີ້ສີທະນົນຊັຍໄດ້ຫ້າສຽງແລ້ວ.

ຜູ່ບ່າວລາວ wrote:
>ສະບາຍດີພີ່ນ້ອງລາວທຸກໆທ່ານ
>ໃນລະຍະສົ່ງທ້າຍປີເກົ່າແລະຕ້ອນຮັບປີໃໝ່ສາກົນນີ້ໃນນາມສ່ວນຕົວກໍເປັນປະຊາຊົນລາວ
ຜູ່ນຶ່ງທີ່ຢາກຂໍອວຍພອນໃຫ້ພີ່ນ້ອງລາວທຸກໆທ່ານທັງລາວໃນແລະລາວນອກຄື:ສົ່ງທ້າຍປີເກົ່າ:
ສິ່ງທີ່ບໍ່ຈົບບໍ່ງາມ,ມີເຄາະມີເຂນ,ຄວາມບໍ່ສົມຫວັງ,ການພາດພັ້ງ,ໂຣກພັຍໄຂ້ເຈັບນາໆປະການ
ແລະສິ່ງທີ່ບໍ່ຈົບບໍ່ດີທັງມວນຂໍໃຫ້ໝົດໄປກັບປີເກົ່າ,ຂໍໃຫ້ຫາຍຈາກຄອບຄົວພວກທ່ານ
ໃຫ້ຫາຍອອກຈາກເຄຫະສະຖານຂອງພວກທ່ານ....ຯ