Re: ພູມປັນຍາ ຂອງຄົນລາວ!!!



ກາສາລາວ,
ຜູ້ຂ້າກໍຍອມຮັບຢູ່ວ່າ
ຮຽນມາຫຼາຍປະເທດ, ແຕ່ວ່າ
ຜູ້ຂ້າກໍບໍ່ຕ້ອງຮຽນແບບ
ນຳປະເທດອື່ນ
ທັນທີທັນໃດດອກ
ເພາະວ່າມັນບໍ່ແທດເໝາະກັບສະພາບຄວາມເປັນຈິ່ງພາຍໃນປະເທດ.
ທ່ານ ຄົງຈະຮູ້ດີວ່າ
ກວ່າທີ່ປະເທດທີ່ເຈົ້າອ້າງມານັ້ນ
ຈະເປັນລະບອບດັ່ງປະຈຸບັນ
ພວກເຂົ້າຕ້ອງຜ່ານຮ້ອນຜ່ານໜາວມາຕັ້ງເກືອບສະຕະຫວັດໜຶ່ງແລ້ວ
ຈິ່ງເປັນລະບອບ
ດັ່ງທີ່ເຈົ້າຕ້ອງການ.
ດັ່ງນັ້ນ, ນຳພາສາຫຍັງ
ກັບປະເທດເຮົາ
ເຊິ່ງຫາກໍເປັນເຈົ້າຕົນເອງ
ໄດ້ພຽງ 30 ປີ,
ທຸກສິ່ງທຸກຢ່າງຍັງບໍ່ທັນເຂົ້າຮູບເຂົ້າຮອຍ.
ລະເບີດຂອງພວກລ່າເມືອງ
ມອບໃຫ້ເປັນຂອງຂວັນ
ໃຫ້ແກ່ປະຊາຊົນເຮົາ
ກໍຍັງບໍ່ໄດ້ຫາຍໝົດ.
ດັ່ງນັ້ນ,
ເຈົ້າບໍ່ຕ້ອງອ້າງວ່າ
ລາວຕ້ອງຮຽນແບບປະເທດອື່ນດອກ,
ບໍ່ແທດເໝາະກັບສະພາບເງື່ອນໄຂຕົວຈິງ
ຂອງບ້ານເຮົາ ກະສອບລາວ
(ໂອຍ!!!, ຂຽນຜິດອີກລະ),
ກະສາລາວ ເອີຍ.
ຮັກແພງ ເດີ,
ສີທະນົນໄຊ